About us
ພວກເຮົາແມ່ນໃຜ
ພວກເຮົາແມ່ນທີມງານນັກພັດທະນາໂປຣແກຣມ ແລະນັກວິຊາຊີບທີ່ມັກໃນການແບ່ງປັນຄວາມຮູ້. ແພລດຟອມນີ້ຖືກສ້າງຂຶ້ນເພື່ອຊ່ວຍໃຫ້ນັກຮຽນ ແລະ ຜູ້ເຮັດວຽກໃນສາຍ IT ເຂົ້າເຖິງຄວາມຮູ້ຈາກປະສົບການຈິງ ໂດຍບໍ່ຕ້ອງເດີນທາງໄປໂຮງຮຽນຫຼືສູນອົບຮົມ.
ພວກເຮົາເຮັດວຽກທັງໃນສາຍ Software Development, Web & Mobile App, Cloud, ແລະລະບົບທຸລະກິດ ແລະເອົາປະສົບການເຫຼົ່ານັ້ນມາປັບໃສ່ເນື້ອຫາຄອສໃຫ້ເຂົ້າໃຈງ່າຍ ແລະນຳໄປໃຊ້ໄດ້ຈິງ.
ເຮົາສ້າງຄອສແບບໃດ
ຄອສທຸກຄອສຖືກອອກແບບຈາກງານຈິງ: ຕັ້ງແຕ່ການວາງໂຄງສ້າງລະບົບ, ການຂຽນໂຄດ, ການ deploy ຂື້ນ server / cloud, ຈົນເຖິງການແກ້ບັນຫາໃນ production. ເນື້ອຫາຈະເນັ້ນຝຶກປະຕິບັດ ຂັ້ນຕອນຊັດເຈນ ແລະຍົກຕົວຢ່າງ project ທີ່ເຈົ້າສາມາດນຳໄປຕໍ່ຍອດເປັນຜົນງານຂອງຕົນເອງໄດ້.
ພວກເຮົາເຊື່ອວ່າການຮຽນທີ່ດີຕ້ອງ “ເຮັດເອງຈິງ” ບໍ່ໃຊ່ພຽງແຕ່ຟັງບັນຍາຍ.